ເພື່ອໃຫ້ລູກຂອງທ່ານມີບັນຊີ ຫຼື ໂປຣໄຟລ໌ Google ຂອງເຂົາເຈົ້າເອງ, ພວກເຮົາອາດຕ້ອງຂໍອະນຸຍາດຈາກທ່ານໃນການຮວບຮວມ, ໃຊ້ ຫຼື ເປີດເຜີຍຂໍ້ມູນຂອງລູກທ່ານຕາມທີ່ໄດ້ອະທິບາຍໄວ້ໃນປະກາດຄວາມເປັນສ່ວນຕົວນີ້ ແລະ ນະໂຍບາຍຄວາມເປັນສ່ວນຕົວຂອງ Google. ເມື່ອທ່ານອະນຸຍາດໃຫ້ລູກຂອງທ່ານໃຊ້ບໍລິການຂອງພວກເຮົາ, ແມ່ນຖືວ່າທ່ານ ແລະ ລູກຂອງທ່ານເຊື່ອຖືພວກເຮົາໃນການເບິ່ງແຍງຂໍ້ມູນຂອງທ່ານ. ພວກເຮົາເຂົ້າໃຈວ່ານີ້ແມ່ນຄວາມຮັບຜິດຊອບທີ່ຍິ່ງໃຫຍ່ ແລະ ຈະພະຍາຍາມຢ່າງເຕັມທີ່ເພື່ອປົກປ້ອງຂໍ້ມູນຂອງທ່ານ ແລະ ໃຫ້ອຳນາດໃນການຄວບຄຸມຂໍ້ມູນກັບທ່ານ. ທ່ານສາມາດ ເລືອກວ່າຈະໃຫ້ລູກຂອງທ່ານສາມາດຈັດການການຄວບຄຸມການເຄື່ອນໄຫວຂອງເຂົາເຈົ້າ ສຳລັບສິ່ງຕ່າງໆ ເຊັ່ນ: ການເຄື່ອນໄຫວເວັບ ແລະ ແອັບ, ປະຫວັດ YouTube ແລະ ການລິ້ງບາງບໍລິການ Google (ໃນພາກພື້ນທີ່ກ່ຽວຂ້ອງ) ຫຼືບໍ່.
ປະກາດຄວາມເປັນສ່ວນຕົວສຳລັບບັນຊີ Google ແລະ ໂປຣໄຟລ໌ທີ່ຈັດການດ້ວຍ Family Link, ສຳລັບເດັກນ້ອຍທີ່ມີອາຍຸຕ່ຳກວ່າ 13 ປີ (ຫຼື ອາຍຸທີ່ກ່ຽວຂ້ອງໃນປະເທດຂອງທ່ານ) ແລະ ນະໂຍບາຍຄວາມເປັນສ່ວນຕົວ Google ອະທິບາຍຂໍ້ປະຕິບັດດ້ານຄວາມເປັນສ່ວນຕົວຂອງ Google. ໃນກໍລະນີທີ່ມີຂໍ້ປະຕິບັດດ້ານຄວາມເປັນສ່ວນຕົວສະເພາະກັບບັນຊີ ຫຼື ໂປຣໄຟລ໌ຂອງລູກທ່ານ, ເຊັ່ນ: ກ່ຽວກັບຂໍ້ຈຳກັດໃນການໂຄສະນາທີ່ປັບແຕ່ງສ່ວນຕົວ, ມີການອະທິບາຍຄວາມແຕກຕ່າງເຫຼົ່ານັ້ນໃນປະກາດຄວາມເປັນສ່ວນຕົວນີ້.
ປະກາດຄວາມເປັນສ່ວນຕົວນີ້ບໍ່ມີຜົນກັບຂໍ້ປະຕິບັດຂອງແອັບ, ຄຳສັ່ງ ແລະ ເວັບໄຊພາກສ່ວນທີສາມ (ທີ່ບໍ່ແມ່ນຂອງ Google) ໃດໆກໍຕາມທີ່ລູກຂອງທ່ານອາດຈະໃຊ້. ທ່ານຄວນກວດສອບເບິ່ງຂໍ້ກຳນົດ ແລະ ນະໂຍບາຍທີ່ກ່ຽວຂ້ອງສຳລັບແອັບ, ຄຳສັ່ງ ແລະ ເວັບໄຊພາກສ່ວນທີສາມເພື່ອເບິ່ງວ່າເໝາະສົມກັບລູກຂອງທ່ານຫຼືບໍ່, ຮວມທັງການຮວບຮວມ ແລະ ຂໍ້ປະຕິບັດໃນການນຳໃຊ້ຂໍ້ມູນຂອງເຂົາເຈົ້າ.
ເມື່ອທ່ານໃຫ້ການອະນຸຍາດໃຫ້ລູກຂອງທ່ານມີບັນຊີ ຫຼື ໂປຣໄຟລ໌ Google, ໂດຍທົ່ວໄປແລ້ວ ບັນຊີ ຫຼື ໂປຣໄຟລ໌ຂອງເຂົາເຈົ້າຈະໄດ້ຮັບການປະຕິບັດຕໍ່ຄືກັນກັບບັນຊີຂອງທ່ານເອງໃນເລື່ອງຂໍ້ມູນທີ່ພວກເຮົາຮວບຮວມ. ຕົວຢ່າງ, ພວກເຮົາມີການຮວບຮວມ:
ສ່ວນໜຶ່ງຂອງຂັ້ນຕອນການສ້າງບັນຊີ ຫຼື ໂປຣໄຟລ໌, ພວກເຮົາອາດຈະຖາມຂໍ້ມູນສ່ວນຕົວ ເຊັ່ນ: ຊື່ ແລະ ນາມສະກຸນ, ທີ່ຢູ່ອີເມວ ແລະ ວັນເດືອນປີເກີດ. ພວກເຮົາຮວບຮວມຂໍ້ມູນທີ່ທ່ານ ຫຼື ລູກຂອງທ່ານໃຫ້, ເຊັ່ນ: ລາຍລະອຽດການຕິດຕໍ່ອອນລາຍຂອງທ່ານ, ເຊິ່ງຈຳເປັນສຳລັບພວກເຮົາໃນການຕິດຕໍ່ຫາທ່ານເພື່ອຂໍຄວາມຍິນຍອມ. ນອກຈາກນັ້ນ, ພວກເຮົາຍັງມີການຮວບຮວມຂໍ້ມູນທີ່ລູກຂອງທ່ານສ້າງ, ອັບໂຫຼດ ຫຼື ຮັບມາຈາກຄົນອື່ນໂດຍໃຊ້ບັນຊີ ຫຼື ໂປຣໄຟລ໌ຂອງເຂົາເຈົ້າ, ເຊັ່ນ: ເມື່ອລູກຂອງທ່ານບັນທຶກຮູບໃນ Google ຮູບພາບ ຫຼື ສ້າງເອກະສານໃນ Google Drive.
ພວກເຮົາຈະຮວບຮວມ ແລະ ຈັດເກັບຂໍ້ມູນບາງຢ່າງກ່ຽວກັບບໍລິການທີ່ລູກຂອງທ່ານໃຊ້ ຮວມທັງວິທີທີ່ລູກຂອງທ່ານໃຊ້ບໍລິການດັ່ງກ່າວໂດຍອັດຕະໂນມັດ ເຊັ່ນ: ເມື່ອລູກຂອງທ່ານລະບຸຄຳຊອກຫາໃນ Google ຊອກຫາ ຫຼື Gemini, ລົມກັບຜູ້ຊ່ວຍ Google ຫຼື ເບິ່ງວິດີໂອຢູ່ YouTube Kids. ຂໍ້ມູນນີ້ຮວມເຖິງ:
ພວກເຮົາມີການຮວບຮວມຂໍ້ມູນກ່ຽວກັບແອັບ, ໂປຣແກຣມທ່ອງເວັບ ແລະ ອຸປະກອນທີ່ລູກຂອງທ່ານໃຊ້ເພື່ອເຂົ້າເຖິງບໍລິການຕ່າງໆຂອງ Google, ຮວມທັງຕົວລະບຸແບບບໍ່ຊ້ຳກັນ, ປະເພດ ແລະ ການຕັ້ງຄ່າໂປຣແກຣມທ່ອງເວັບ, ປະເພດ ແລະ ການຕັ້ງຄ່າອຸປະກອນ, ລະບົບປະຕິບັດການ, ຂໍ້ມູນເຄືອຂ່າຍມືຖືຮວມທັງຊື່ຜູ້ໃຫ້ບໍລິການ, ເບີໂທລະສັບ ແລະ ເວີຊັນແອັບພລິເຄຊັນ. ນອກຈາກນັ້ນ, ພວກເຮົາຍັງມີການຮວບຮວມຂໍ້ມູນກ່ຽວກັບການນຳໃຊ້ແອັບ, ໂປຣແກຣມທ່ອງເວັບ ແລະ ອຸປະກອນຂອງລູກທ່ານທີ່ມີຕໍ່ບໍລິການຂອງພວກເຮົາ, ຮວມທັງທີ່ຢູ່ IP, ລາຍງານການເຮັດວຽກຜິດພາດ, ການເຄື່ອນໄຫວຂອງລະບົບ, ວັນທີ, ເວລາ ແລະ URL ການອ້າງອີງຂອງຄຳຂໍລູກທ່ານນຳ. ຕົວຢ່າງ: ພວກເຮົາຮວບຮວມຂໍ້ມູນນີ້ເມື່ອບໍລິການຂອງ Google ຢູ່ໃນອຸປະກອນລູກຂອງທ່ານຕິດຕໍ່ຫາເຊີບເວີຂອງພວກເຮົາ, ເຊັ່ນ: ເມື່ອເຂົາເຈົ້າຕິດຕັ້ງແອັບຈາກ Play Store.
ພວກເຮົາມີການຮວບຮວມຂໍ້ມູນກ່ຽວກັບການເຄື່ອນໄຫວຂອງລູກທ່ານໃນບໍລິການຕ່າງໆຂອງພວກເຮົາ, ຂຶ້ນກັບການຕັ້ງຄ່າຂອງລູກທ່ານ, ເຊິ່ງພວກເຮົາຈະໃຊ້ເພື່ອເຮັດສິ່ງຕ່າງໆ ເຊັ່ນ: ການແນະນຳແອັບທີ່ເຂົາເຈົ້າອາດຈະມັກຢູ່ Google Play. ທ່ານສາມາດ ເລືອກວ່າຈະໃຫ້ລູກຂອງທ່ານສາມາດຈັດການການຄວບຄຸມການເຄື່ອນໄຫວຂອງເຂົາເຈົ້າ ໄດ້ຫຼືບໍ່. ຂໍ້ມູນການເຄື່ອນໄຫວຂອງລູກທ່ານທີ່ພວກເຮົາຮວບຮວມນັ້ນອາດຮວມສິ່ງຕ່າງໆ ເຊັ່ນ: ຄຳຊອກຫາ, ວິດີໂອທີ່ເຂົາເຈົ້າເບິ່ງ, ຂໍ້ມູນສຽງເມື່ອເຂົາເຈົ້າໃຊ້ຄຸນສົມບັດສຽງ, ຄົນທີ່ເຂົາເຈົ້າຕິດຕໍ່ຫາ ຫຼື ແບ່ງປັນເນື້ອຫາໄປໃຫ້, ພ້ອມທັງປະຫວັດການທ່ອງເວັບ Chrome ທີ່ເຂົາເຈົ້າຊິ້ງຂໍ້ມູນກັບບັນຊີ Google ຕົວເອງໄວ້. ຫາກລູກຂອງທ່ານໃຊ້ບໍລິການຂອງພວກເຮົາເພື່ອໂທ ແລະ ຮັບສາຍ ຫຼື ສົ່ງ ແລະ ຮັບຂໍ້ຄວາມ, ຕົວຢ່າງ: ໂດຍການໃຊ້ Google Meet, ພວກເຮົາອາດຮວບຮວມຂໍ້ມູນບັນທຶກການໂທລະສັບໄວ້. ລູກຂອງທ່ານສາມາດເຂົ້າເບິ່ງບັນຊີ Google ຂອງເຂົາເຈົ້າເພື່ອຊອກຫາ ແລະ ຈັດການຂໍ້ມູນທີ່ຖືກບັນທຶກໄວ້ໃນບັນຊີ ຫຼື ໂປຣໄຟລ໌ຂອງເຂົາເຈົ້າໄດ້ ແລະ ທ່ານສາມາດຊ່ວຍຈັດການການເຄື່ອນໄຫວຂອງເຂົາເຈົ້າໄດ້ໂດຍການເຂົ້າສູ່ລະບົບຫາບັນຊີ Google ຂອງລູກທ່ານ ຫຼື ການເຂົ້າເຖິງໂປຣໄຟລ໌ຂອງເຂົາເຈົ້າໃນ Family Link.
ພວກເຮົາຮວບຮວມຂໍ້ມູນກ່ຽວກັບສະຖານທີ່ຂອງລູກທ່ານເມື່ອເຂົາເຈົ້າໃຊ້ບໍລິການຂອງພວກເຮົາ. ສະຖານທີ່ຂອງລູກທ່ານສາມາດລະບຸໄດ້ໂດຍການໃຊ້ GPS, ທີ່ຢູ່ IP, ຂໍ້ມູນເຊັນເຊີຈາກອຸປະກອນຂອງເຂົາເຈົ້າ ແລະ ຂໍ້ມູນກ່ຽວກັບສິ່ງຕ່າງໆໃກ້ກັບອຸປະກອນຂອງເຂົາເຈົ້າ, ເຊັ່ນ: ຈຸດເຂົ້າເຖິງ Wi-Fi, ເສົາສັນຍານໂທລະສັບ ແລະ ອຸປະກອນທີ່ເປີດໃຊ້ Bluetooth ໄວ້. ປະເພດຂອງຂໍ້ມູນສະຖານທີ່ທີ່ພວກເຮົາຮວບຮວມແມ່ນຂຶ້ນກັບການຕັ້ງຄ່າຂອງທ່ານ ແລະ ອຸປະກອນຂອງລູກທ່ານ.
ພວກເຮົາອາດຮວບຮວມຂໍ້ມູນສຽງເວົ້າ ແລະ ສຽງຂອງລູກທ່ານ. ຕົວຢ່າງ: ຖ້າລູກຂອງທ່ານໃຊ້ຄຳສັ່ງເປີດນຳໃຊ້ດ້ວຍສຽງ (ຕ.ຢ. “Ok Google” ຫຼື ການສຳຜັດໄອຄອນໄມໂຄຣໂຟນ), ການບັນທຶກຄຳເວົ້າ/ສຽງຕໍ່ໄປນີ້ຈະຖືກປະມວນຜົນເພື່ອຕອບສະໜອງຕໍ່ຄຳຮ້ອງຂໍຂອງເຂົາເຈົ້າ. ນອກຈາກນີ້, ຫາກເລືອກ ຕົວເລືອກການເຄື່ອນໄຫວສຽງເວົ້າ ແລະ ສຽງ ຂອງລູກທ່ານຢູ່ກ້ອງການຕັ້ງຄ່າການເຄື່ອນໄຫວເວັບ ແລະ ແອັບ, ການບັນທຶກການໂຕ້ຕອບດ້ວຍສຽງເວົ້າຂອງເຂົາເຈົ້າກັບຜູ້ຊ່ວຍຢູ່ໃນອຸປະກອນທີ່ເຂົ້າສູ່ລະບົບແລ້ວ (ບວກກັບສອງສາມວິນາທີກ່ອນໜ້າ) ອາດຖືກຈັດເກັບໄວ້ກັບບັນຊີຂອງເຂົາເຈົ້າ.
ພວກເຮົາໃຊ້ເທັກໂນໂລຢີຫຼາຍຢ່າງເພື່ອຈັດເກັບ ແລະ ບັນທຶກຂໍ້ມູນລູກຂອງທ່ານ, ຮວມທັງຄຸກກີ້, ແທັກພິກເຊວ, ບ່ອນຈັດເກັບຂໍ້ມູນໃນເຄື່ອງ, ເຊັ່ນ: ບ່ອນຈັດເກັບຂໍ້ມູນເວັບໂປຣແກຣມທ່ອງເວັບ ຫຼື ຂໍ້ມູນຊົ່ວຄາວຂອງແອັບພລິເຄຊັນ, ຖານຂໍ້ມູນ ແລະ ບັນທຶກການເຮັດວຽກຂອງເຊີບເວີ. ພວກເຮົາບໍ່ບັງຄັບໃຫ້ລູກຂອງທ່ານແຈ້ງຂໍ້ມູນເພີ່ມເຕີມເກີນກວ່າທີ່ຈຳເປັນຕ້ອງໃຊ້ຜະລິດຕະພັນ ແລະ ບໍລິການຂອງ Google ທີ່ມີໃຫ້ບັນຊີ ຫຼື ໂປຣໄຟລ໌ເຫຼົ່ານີ້ໃຊ້ໄດ້.
ນະໂຍບາຍຄວາມເປັນສ່ວນຕົວຂອງ Google ອະທິບາຍໄວ້ໃນລາຍລະອຽດທີ່ຫຼາຍຂຶ້ນກ່ຽວກັບວິທີທີ່ພວກເຮົາອາດໃຊ້ຂໍ້ມູນທີ່ Google ຮວບຮວມ ທີ່ກ່ຽວຂ້ອງກັບບັນຊີ ຫຼື ໂປຣໄຟລ໌ Google ຂອງລູກທ່ານ. ໂດຍທົ່ວໄປແລ້ວ, ພວກເຮົາຈະໃຊ້ຂໍ້ມູນຂອງລູກທ່ານ: ເພື່ອສະໜອງ, ບຳລຸງຮັກສາ ແລະ ປັບປຸງບໍລິການຂອງພວກເຮົາ; ເພື່ອພັດທະນາບໍລິການໃໝ່ໆ; ເພື່ອປັບແຕ່ງບໍລິການຂອງພວກເຮົາໃຫ້ລູກຂອງທ່ານ; ເພື່ອວັດແທກປະສິດທິພາບ ແລະ ເຂົ້າໃຈວ່າບໍລິການຂອງພວກເຮົາຖືກໃຊ້ແນວໃດ; ເພື່ອຕິດຕໍ່ຫາລູກຂອງທ່ານໂດຍກົງກ່ຽວກັບບໍລິການຂອງພວກເຮົາ; ແລະ ເພື່ອຊ່ວຍປັບປຸງຄວາມປອດໄພ ແລະ ຄວາມສະຖຽນຂອງບໍລິການພວກເຮົາ.
ພວກເຮົາໃຊ້ເທັກໂນໂລຢີຫຼາຍປະເພດໃນການປະມວນຜົນຂໍ້ມູນຂອງລູກທ່ານເພື່ອຈຸດປະສົງເຫຼົ່ານີ້. ພວກເຮົາມີການນຳໃຊ້ລະບົບອັດຕະໂນມັດທີ່ວິເຄາະເນື້ອຫາ ຫຼື ການໂຕ້ຕອບຂອງລູກທ່ານເພື່ອສະໜອງສິ່ງຕ່າງໆໃຫ້ເຂົາເຈົ້າ ເຊັ່ນ: ຜົນການຊອກຫາທີ່ປັບແຕ່ງມາແລ້ວ ຫຼື ຄຸນສົມບັດອື່ນໆທີ່ປັບແຕ່ງມາໃຫ້ເໝາະກັບວິທີທີ່ເຂົາເຈົ້າໃຊ້ບໍລິການຂອງພວກເຮົາ. ແລະ ພວກເຮົາວິເຄາະເນື້ອຫາຂອງລູກທ່ານເພື່ອຊ່ວຍພວກເຮົາກວດພົບການນຳໃຊ້ຜິດລະບຽບ ເຊັ່ນ: ສະແປມ, ເມົາແວ ແລະ ເນື້ອຫາຜິດກົດໝາຍ. ນອກຈາກນັ້ນ, ພວກເຮົາຍັງໃຊ້ອະກໍຣິທຶມໃນການຈຳແນກຮູບແບບຂອງຂໍ້ມູນນຳ. ເມື່ອພວກເຮົາກວດພົບສະແປມ, ເມົາແວ, ເນື້ອຫາຜິດກົດໝາຍ ແລະ ການນຳໃຊ້ຜິດລະບຽບປະເພດອື່ນໆໃນລະບົບຂອງພວກເຮົາທີ່ລະເມີດຕໍ່ນະໂຍບາຍພວກເຮົາ, ພວກເຮົາອາດປິດການນຳໃຊ້ບັນຊີ ຫຼື ໂປຣໄຟລ໌ຂອງເຂົາເຈົ້າ ຫຼື ດຳເນີນການອື່ນໆຕາມຄວາມເໝາະສົມ. ໃນບາງກໍລະນີ, ພວກເຮົາອາດລາຍງານການລະເມີດດັ່ງກ່າວໃຫ້ກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງນຳ.
ໂດຍອີງຕາມການຕັ້ງຄ່າຂອງລູກຂອງທ່ານ, ພວກເຮົາອາດໃຊ້ຂໍ້ມູນຂອງລູກຂອງທ່ານເພື່ອສະແດງຄຳແນະນຳ, ເນື້ອຫາທີ່ປັບແຕ່ງສ່ວນຕົວ ແລະ ຜົນການຊອກຫາທີ່ຖືກປັບແຕ່ງ. ຕົວຢ່າງ: Google Play ອາດໃຊ້ຂໍ້ມູນ ເຊັ່ນ: ແອັບທີ່ລູກຂອງທ່ານຕິດຕັ້ງໄວ້ເພື່ອແນະນຳແອັບໃໝ່ໆທີ່ເຂົາເຈົ້າອາດຈະມັກ, ໂດຍອີງຕາມການຕັ້ງຄ່າຂອງລູກຂອງທ່ານ.
ນອກຈາກນີ້, ໂດຍອີງຕາມການຕັ້ງຄ່າຂອງລູກຂອງທ່ານ, ພວກເຮົາອາດເອົາຂໍ້ມູນທີ່ຮວບຮວມຈາກບໍລິການຂອງພວກເຮົາ ແລະ ຈາກໃນອຸປະກອນຕ່າງໆຂອງລູກຂອງທ່ານມາຮວມກັນເພື່ອຈຸດປະສົງຕາມທີ່ອະທິບາຍໄວ້ຂ້າງເທິງ. ໂດຍອີງຕາມການຕັ້ງຄ່າບັນຊີ ຫຼື ໂປຣໄຟລ໌ຂອງລູກຂອງທ່ານ, ພວກເຮົາອາດເຊື່ອມໂຍງການເຄື່ອນໄຫວຂອງເຂົາເຈົ້າຢູ່ເວັບໄຊ ແລະ ແອັບອື່ນໆເຂົ້າກັບຂໍ້ມູນສ່ວນຕົວຂອງເຂົາເຈົ້າເພື່ອຊ່ວຍໃນການປັບປຸງບໍລິການຕ່າງໆຂອງ Google.
Google ຈະບໍ່ສະແດງ ໂຄສະນາທີ່ປັບແຕ່ງສ່ວນຕົວ ໃຫ້ລູກຂອງທ່ານເຫັນ, ເຊິ່ງໝາຍຄວາມວ່າໂຄສະນາຈະບໍ່ອ້າງອີງໃສ່ຂໍ້ມູນຈາກບັນຊີ ຫຼື ໂປຣໄຟລ໌ຂອງລູກທ່ານ. ໂຄສະນາອາດມີການອ້າງອີງຈາກເນື້ອຫາຂອງເວັບໄຊ ຫຼື ແອັບທີ່ລູກຂອງທ່ານກຳລັງເບິ່ງຢູ່, ຜົນການຊອກຫາປັດຈຸບັນ ຫຼື ຂໍ້ມູນສະຖານທີ່ໂດຍທົ່ວໄປ (ເຊັ່ນ: ເມືອງ ຫຼື ລັດ). ໃນເວລາທ່ອງເວັບ ຫຼື ໃຊ້ແອັບທີ່ບໍ່ແມ່ນຂອງ Google, ລູກຂອງທ່ານອາດພົບເຫັນໂຄສະນາທີ່ສະແດງໃຫ້ໂດຍຜູ້ລົງໂຄສະນາອື່ນໆ (ທີ່ບໍ່ແມ່ນ Google), ຮວມທັງໂຄສະນາທີ່ປັບແຕ່ງໃຫ້ເປັນແບບສ່ວນຕົວໂດຍພາກສ່ວນທີສາມ.
ລູກຂອງທ່ານອາດຈະສາມາດແບ່ງປັນຂໍ້ມູນ, ຮວມທັງຮູບພາບ, ວິດີໂອ, ສຽງ ແລະ ສະຖານທີ່ແບບສາທາລະນະໃຫ້ຄົນອື່ນໄດ້ໃນຕອນທີ່ເຂົ້າສູ່ລະບົບບັນຊີ ຫຼື ໂປຣໄຟລ໌ Google ຂອງເຂົາເຈົ້າ. ເມື່ອລູກຂອງທ່ານແບ່ງປັນຂໍ້ມູນແບບສາທາລະນະ, ມັນອາດຖືກເຂົ້າເຖິງໂດຍໂປຣແກຣມຊອກຫາຕ່າງໆ ເຊັ່ນ: Google ຊອກຫາ.
ຂໍ້ມູນທີ່ພວກເຮົາຮວບຮວມອາດຖືກແບ່ງປັນນອກ Google ໃນກໍລະນີທີ່ຈຳກັດ. ພວກເຮົາຈະບໍ່ແບ່ງປັນຂໍ້ມູນສ່ວນຕົວໃຫ້ກັບບໍລິສັດ, ອົງການ ຫຼື ບຸກຄົນນອກ Google ຍົກເວັ້ນໃນກໍລະນີຕໍ່ໄປນີ້:
ພວກເຮົາຈະແບ່ງປັນຂໍ້ມູນສ່ວນຕົວນອກ Google ເມື່ອໄດ້ຮັບຄວາມຍິນຍອມ (ຫາກເປັນໄປໄດ້).
ຂໍ້ມູນຂອງລູກທ່ານ, ຮວມທັງຊື່, ຮູບພາບ, ທີ່ຢູ່ອີເມວ ແລະ ການສັ່ງຊື້ໃນ Play, ອາດຖືກແບ່ງປັນກັບສະມາຊິກກຸ່ມຄອບຄົວຂອງທ່ານຢູ່ Google.
ພວກເຮົາມີການສະໜອງຂໍ້ມູນສ່ວນຕົວໃຫ້ກັບເຄືອຂ່າຍຂອງພວກເຮົາ ຫຼື ທຸລະກິດ ຫຼື ບຸກຄົນອື່ນເຊື່ອຖືໄດ້ເພື່ອປະມວນຜົນມັນໃຫ້ພວກເຮົາ, ໂດຍອ້າງອີງໃສ່ຄຳແນະນຳຂອງພວກເຮົາ ແລະ ປະຕິບັດຕາມປະກາດຄວາມເປັນສ່ວນຕົວນີ້, ນະໂຍບາຍຄວາມເປັນສ່ວນຕົວ Google ແລະ ມາດຕະການຂໍ້ມູນລັບ ແລະ ຄວາມປອດໄພທີ່ເໝາະສົມອື່ນໆ.
ພວກເຮົາຈະແບ່ງປັນຂໍ້ມູນສ່ວນຕົວກັບບໍລິສັດ, ອົງການ ຫຼື ບຸກຄົນນອກ Google ຫາກພວກເຮົາເຊື່ອວ່າການເຂົ້າເຖິງ, ການໃຊ້, ການເກັບຮັກສາ ຫຼື ການເປີດເຜີຍຂອງຂໍ້ມູນນັ້ນມີຄວາມຈຳເປັນເພື່ອ:
ປະຕິບັດຕາມກົດໝາຍ, ຂໍ້ບັງຄັບ, ຂັ້ນຕອນທາງກົດໝາຍ ຫຼື ຄຳຮ້ອງຂໍຈາກລັດຖະບານທີ່ກ່ຽວຂ້ອງ;
ບັງຄັບໃຊ້ຂໍ້ກຳນົດບໍລິການທີ່ກ່ຽວຂ້ອງ, ຮວມທັງການສືບຄົ້ນການລະເມີດທີ່ອາດຈະເກີດຂຶ້ນ;
ກວດຫາ, ປ້ອງກັນ ຫຼື ແກ້ໄຂການສໍ້ໂກງ, ຄວາມປອດໄພ ຫຼື ບັນຫາທາງເທັກນິກ;
ປົກປ້ອງບໍ່ໃຫ້ລະເມີດສິດ, ຊັບສິນ ຫຼື ຄວາມປອດໄພຂອງ Google, ຜູ້ໃຊ້ຂອງພວກເຮົາ ຫຼື ສາທາລະນະຕາມທີ່ກົດໝາຍລະບຸ ຫຼື ອະນຸຍາດໄວ້.
ນອກຈາກນັ້ນ, ພວກເຮົາຍັງອາດແບ່ງປັນຂໍ້ມູນທີ່ບໍ່ສາມາດລະບຸຕົວບຸກຄົນໄດ້ (ເຊັ່ນ: ແນວໂນ້ມກ່ຽວກັບການໃຊ້ບໍລິການຂອງພວກເຮົາໂດຍທົ່ວໄປ) ຕໍ່ສາທາລະນະ ແລະ ກັບຮຸ້ນສ່ວນຂອງພວກເຮົາ ເຊັ່ນ: ຜູ້ເຜີຍແຜ່, ຜູ້ລົງໂຄສະນາ, ນັກພັດທະນາ ແລະ ຜູ້ຖືສິດຕ່າງໆ. ຕົວຢ່າງ: ພວກເຮົາຈະແບ່ງປັນຂໍ້ມູນແບບສາທາລະນະເພື່ອສະແດງແນວໂນ້ມກ່ຽວກັບການໃຊ້ບໍລິການຂອງພວກເຮົາໂດຍທົ່ວໄປ. ພວກເຮົາຈະອະນຸຍາດໃຫ້ຮຸ້ນສ່ວນສະເພາະບາງບ່ອນເກັບກຳຂໍ້ມູນຈາກໂປຣແກຣມທ່ອງເວັບ ຫຼື ອຸປະກອນຕ່າງໆສຳລັບຈຸດປະສົງໃນການໂຄສະນາ ແລະ ການວັດແທກໂດຍໃຊ້ຄຸກກີ້ ຫຼື ເທັກໂນໂລຢີທີ່ຄ້າຍກັນຂອງເຂົາເຈົ້າ.
ຖ້າລູກຂອງທ່ານມີບັນຊີ Google, ທ່ານສາມາດເຂົ້າເຖິງ, ອັບເດດ, ລຶບອອກ, ສົ່ງອອກ ແລະ ຈຳກັດການປະມວນຜົນຂໍ້ມູນຂອງລູກທ່ານໄດ້ໂດຍການເຂົ້າສູ່ລະບົບບັນຊີ Google ຂອງເຂົາເຈົ້າ. ຫາກທ່ານບໍ່ຈື່ລະຫັດຜ່ານຂອງລູກທ່ານ, ທ່ານສາມາດຣີເຊັດມັນຜ່ານແອັບ Family Link ຫຼື ການຕັ້ງຄ່າ Family Link ຢູ່ເວັບ ໄດ້. ເມື່ອເຂົ້າສູ່ລະບົບແລ້ວ, ທ່ານສາມາດໃຊ້ການຄວບຄຸມຕ່າງໆຕາມທີ່ອະທິບາຍໄວ້ໃນ ນະໂຍບາຍຄວາມເປັນສ່ວນຕົວ Google, ເຊັ່ນ: ການຄວບຄຸມການເຄື່ອນໄຫວ Google, ເພື່ອຊ່ວຍຈັດການການຕັ້ງຄ່າຄວາມເປັນສ່ວນຕົວ ແລະ ຂໍ້ມູນຂອງລູກທ່ານ.
ຫາກລູກຂອງທ່ານມີໂປຣໄຟລ໌ໃດໜຶ່ງ, ທ່ານສາມາດເຂົ້າເຖິງ, ອັບເດດ, ລຶບ, ສົ່ງອອກ ແລະ ຈຳກັດການປະມວນຜົນຂໍ້ມູນຂອງລູກທ່ານຜ່ານແອັບ Family Link ຫຼື ການຕັ້ງຄ່າ Family Link ຢູ່ເວັບ ໄດ້.
ລູກຂອງທ່ານຈະສາມາດລຶບການເຄື່ອນໄຫວທີ່ຜ່ານມາຂອງເຂົາເຈົ້າອອກໄດ້ໃນ “ການເຄື່ອນໄຫວຂອງຂ້ອຍ” ແລະ ຕາມຄ່າເລີ່ມແມ່ນໃຫ້ການອະນຸຍາດແອັບ (ຮວມທັງສິ່ງຕ່າງໆ ເຊັ່ນ: ສະຖານທີ່ອຸປະກອນ, ໄມໂຄຣໂຟນ ຫຼື ລາຍຊື່ຜູ້ຕິດຕໍ່) ແກ່ພາກສ່ວນທີສາມໄດ້. ນອກຈາກນັ້ນ, ທ່ານຍັງສາມາດໃຊ້ Family Link ເພື່ອແກ້ໄຂ ຫຼື ປ່ຽນແປງຂໍ້ມູນບັນຊີ ຫຼື ໂປຣໄຟລ໌ Google ຂອງລູກທ່ານ, ກວດສອບການເຄື່ອນໄຫວ ແລະ ການອະນຸຍາດແອັບ ແລະ ຈັດການຄວາມສາມາດຂອງລູກທ່ານໃນການໃຫ້ການອະນຸຍາດສະເພາະກັບແອັບ ຫຼື ບໍລິການພາກສ່ວນທີສາມເພື່ອເຂົ້າເຖິງຂໍ້ມູນຂອງລູກທ່ານ.
ຫາກເມື່ອໃດກໍຕາມທີ່ທ່ານບໍ່ຕ້ອງການໃຫ້ມີການຮວບຮວມ ຫຼື ໃຊ້ຂໍ້ມູນຂອງລູກຂອງທ່ານເພີ່ມເຕີມ, ທ່ານສາມາດລຶບບັນຊີ ຫຼື ໂປຣໄຟລ໌ Google ຂອງລູກຂອງທ່ານໄດ້ໂດຍການຄລິກ “ລຶບບັນຊີ” ຫຼື “ລຶບໂປຣໄຟລ໌” ຢູ່ໜ້າຂໍ້ມູນບັນຊີ ຫຼື ໂປຣໄຟລ໌ຂອງລູກທ່ານໃນແອັບ Family Link ຫຼື ການຕັ້ງຄ່າ Family Link ໃນເວັບ. ຂໍ້ມູນບັນຊີ ຫຼື ໂປຣໄຟລ໌ຂອງລູກທ່ານຈະຖືກລຶບອອກຖາວອນພາຍໃນໄລຍະເວລາທີ່ເໝາະສົມ.
ຫາກທ່ານມີຄຳຖາມກ່ຽວກັບບັນຊີ ຫຼື ໂປຣໄຟລ໌ Google ຂອງລູກທ່ານ, ກະລຸນາຕິດຕໍ່ຫາພວກເຮົາໄດ້ທັນທີ. ພວກເຮົາຢູ່ບ່ອນນີ້ພ້ອມຊ່ວຍທ່ານ. ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບ Family Link ແລະ ບັນຊີ ຫຼື ໂປຣໄຟລ໌ Google ຂອງລູກທ່ານໄດ້ໃນ ສູນຊ່ວຍເຫຼືອ ຂອງພວກເຮົາ. ນອກຈາກນັ້ນ, ທ່ານຍັງສາມາດສົ່ງຄຳຕິຊົມໃຫ້ພວກເຮົາກ່ຽວກັບ Family Link ຫຼື ບັນຊີ ຫຼື ໂປຣໄຟລ໌ Google ຂອງລູກທ່ານໄດ້ໃນແອັບ Family Link ໂດຍການແຕະໃສ່ເມນູ ☰ > ຊ່ວຍເຫຼືອ ແລະ ຕິຊົມ > ສົ່ງຄຳຕິຊົມ ຫຼື ໂດຍການ ຕິດຕໍ່ຫາພວກເຮົາທາງອີເມວ ຫຼື ທີ່ຢູ່ທາງລຸ່ມ.
Google
1600 Amphitheatre Parkway
Mountain View, CA 94043 USA
ໂທລະສັບ: +1 855 696 1131 (ສະຫະລັດອາເມລິກາ)
ສຳລັບປະເທດອື່ນໆ, ກະລຸນາເຂົ້າໄປ g.co/FamilyLink/Contact
ຫາກທ່ານມີຄຳຖາມກ່ຽວກັບວິທີທີ່ Google ຮວບຮວມ ແລະ ໃຊ້ຂໍ້ມູນຂອງລູກທ່ານ, ທ່ານສາມາດຕິດຕໍ່ຫາ Google ແລະ ຫ້ອງການການປົກປ້ອງຂໍ້ມູນຂອງພວກເຮົາໄດ້. ນອກຈາກນັ້ນ, ທ່ານຍັງສາມາດຕິດຕໍ່ຫາໜ່ວຍງານປົກປ້ອງຂໍ້ມູນທ້ອງຖິ່ນຂອງທ່ານໄດ້ຫາກທ່ານມີຂໍ້ກັງວົນໃຈກ່ຽວກັບສິດຂອງທ່ານພາຍໃຕ້ກົດໝາຍທ້ອງຖິ່ນ.